#ແຈ້ງການດ່ວນ ຈາກທະນາຄານການຄ້າ.ເລື່ອງ: ການຈ່າຍເງິນໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram. . ເເມ່ນຈ່າຍເປັນເງິນໂດລາໃຫ້ກັບລູກຄ້າຄືເກົ່າທີ່ຜ່ານມາ
ທະນາຄານແຈ້ງການດ່ວນ
ເຖິງ: ບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ, ຫ້ອງແລກປ່ຽນ ທົ່ວລະບົບ ທດຕລ ແລະ ບັນດາຮ້ານຕົວແທນຍ່ອຍ ທີ່ໃຫ້ບໍລິການຮັບເງິນດ່ວນ MoneyGraາ.
ເລື່ອງ: ການຈ່າຍເງິນໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram.
– ອີງຕາມກໍານົດເອົາສະກຸນເງິນກີບຈ່າຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ສະບັບ ເລກທີ 120-1121/ທຄຕລ ລົງວັນທີ 09 ມິຖຸນາ 2012.
ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງບັນດາພະແນກ, ສູນ, ສາຂາ, ຫນ່ວຍ ບໍລິການ, ຫ້ອງແລກປ່ຽນ ທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ ຊາບວ່າ:
ເນື່ອງຈາກຄວາມພ້ອມທາງ ດ້ານການຈັດຕັ້ງປະຕິບັດພາຍໃນ ແລະ ສາກົນ, ທຄຕລ ໃຫ້ບັນດາພະແນກ, ສູນ, ສາຂາ, ຫນ່ວຍບໍລິການ, ຫ້ອງ ແລກປ່ຽນທົ່ວລະບົບ ທຄຕລ ແລະ ບັນດາຮ້ານຕົວແທນຍ່ອຍ
ທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ໂຈະທີ່ຈະ ປະຕິບັດຕາມແຈ້ງການເລກທີ 120-1121/ ທຄຕລ ລົງວັນທີ 09 ມີຖຸນາ 2012.ໃຫ້ຈັດຕັ້ງປະຕິບັດແມ່ນໃຫ້ຈ່າຍເປັນເງິນສະກຸນໂດລາໃຫ້ກັບລູກຄ້າຄືທີ່ຜ່ານມາ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.
