ຕາມນີ້ເດີ ແຈ້ງການ..!!!ກຳນົດເອົາສະກຸນເງິນກີບຈ່າຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram.

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຂໍຖືເປັນກຽດແຈ້ງມາຍັງບັນດາຮ້ານຕົວແທນຍ່ອຍຊາບ ໃນການຈັດຕັ້ງປະຕິບັດຈ່າຍເງິນກີບໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ MoneyGram ດັ່ງລາຍລະອຽດລຸ່ມນີ້:1. ທຸກຮ້ານຕົວແທນຍ່ອຍທີ່ໃຫ້ບໍລິການຮັບເງິນດ່ວນ MoneyGram ແມ່ນໃຫ້ຈ່າຍເປັນສະກຸນເງິນກີບໃຫ້ກັບລູກຄ້າຊຶ່ງຕ້ອງແຈ້ງລູກຄ້າກ່ອນການດຳເນີນລາຍການໃນລະບົບໂອນເງິນດ່ວນ DeltaWorks.

2. ການນໍາໃຊ້ອັດຕາແລກປ່ຽນແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ ທຄຕລ ປະກາດນໍາໃຊ້ໃນແຕ່ລະວັນ ແລະ ນໍາໃຊ້ສະບັບລ່າສຸດໃນແຕ່ລະຊ່ວງເວລາທີ່ໄດ້ແຈ້ງຜ່ານ website: www.bcel.com.la ຕາມແຕ່ລະກໍລະນີດັ່ງນີ້:– ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ກ່ອນເວລາທີ່ປະກາດນໍາໃຊ້ອັດຕາແລກປ່ຽນປະຈຳວັນຄື: ກ່ອນ 08:30 AM ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນເງິນໂດລາຂອງມື້ວານ ເພື່ອແລກປ່ຽນເປັນສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ.

ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ພາຍຫຼັງທີ່ມີການປະກາດນໍາໃຊ້ອັດຕາແລກປ່ຽນປະຈໍາວັນແລ້ວແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດນໍາໃຊ້ປະຈໍາວັນນັ້ນເລີຍ ເພື່ອແລກປ່ຽນສະກຸນເງິນກີບ ແລະ ຈ່າຍໃຫ້ກັບລູກຄ້າ. ຊຶ່ງບັນດາຮ້ານຕົວແທນຍ່ອຍຈະຕ້ອງເຂົ້າເບິ່ງການປະກາດນໍາໃຊ້ອັດຕາແລກປ່ຽນປະຈໍາວັນໃນຊ່ວງ ເວລາ 08:30 – 8:50 AM ແລະ ແຕ່ລະຊ່ວງໄລຍະເວລາ.

ກໍລະນີລູກຄ້າມາໃຊ້ບໍລິການຮັບເງິນດ່ວນ MoneyGram ວັນເສົາ-ອາທິດ ແມ່ນໃຫ້ນໍາໃຊ້ອັດຕາຂາຍສະກຸນໂດລາທີ່ໄດ້ປະກາດໃຊ້ໃນວັນສຸກ.3. ໃຫ້ບັນດາຮ້ານຕົວແທນຍ່ອຍແຈ້ງເລກບັນຊີກະແສລາຍວັນສະກຸນເງິນກີບທີ່ອອກຊື່ຕາມໃບທະບຽນວິສາຫະກິດ ຫຼືບັນຊີເງິນຝາກປະຫຍັດທີ່.

4. ການໂອນເງິນຕົ້ນທຶນ ແລະ ຄ່າທຳນຽມບໍລິການຮັບເງິນດ່ວນ MoneyGram ໃຫ້ກັບບັນດາຮ້ານຕົວແທນຍ່ອຍທີ່ມີທຸລະກຳແມ່ນເປັນສະກຸນເງິນກີບທັງໝົດ.ການຈັດຕັ້ງປະຕິບັດແມ່ນນັບແຕ່ວັນທີ 21/06/2022.. ເປັນຕົ້ນໄປ.

ດັ່ງນັ້ນ, ຈື່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມງວດດ້ວຍ.

Related Posts

Leave a Reply

Your email address will not be published. Required fields are marked *