ລັອດມະຫຶມາ! ເຈົ້າຫນ້າທີ່ໄທຈັບຂະບວນການຄ້າຢາເສບຕິດຊາວ ສປປ.ລາວ ຂ້າມປະເທດ ຢືດຢາເສບຕິດໄດ້ເກືອບ 2 ລ້ານເມັດ.
ຜູ້ສື່ຂ່າວໄທລາຍງາຍວ່າ ເມື່ອວັນທີ່ 6/6/22 ທີ່ຜ່ານມາ ເຈົ້າຫນ້າທີ່ໄທ ເຂດບ້ານບຸ່ງຂີ້ເຫຼັກ ຕຳບົນນາແວງ ອຳເພີເຂມມະຣາດ ຈັງຫວັນອຸບົນຣາຊະທານີ ເຈົ້າຫນ້າທີ່ໄທໄດ້ຊຸ້ມໃນພື້ນທີ່ຕາມສາຍລາຍງານຈະມີຂະບວນການຂົນຢາເສບຕິດເຂົ້າໄທ ເວລາປະມານ 21:00 ໂມງ ໄດ້ມີກຸ່ມຄົນປະມານ10 ຄົນ ແບກກະສອບທີ່ມີສິ່ງຂອງບາງຢ່າງ
ຍ່າງເຂົ້າບໍລິເວນທີ່ຊຸດກັກຕົວດັກຊຸ້ມຢູ່ ເຈົ້າຫນ້າທີ່ຊຸດກັກຕົວເລີຍໄດ້ສະແດງຕົວເຂົ້າກັກຕົວເອົາໄວ້ ແຕ່ກຸ່ມບຸກຄົນດັ່ງກ່າວໄດ້ຖິ້ມກະສອບສິ່ງຂອງ ແລ້ວອາໄສຄວາມມືດແລ່ນຫລົບຫນີໄປໄດ້
ແຕ່ເຈົ້າຫນ້າທີ່ສາມາດກັກຕົວໄວ້ໄດ້ 1 ຄົນ ຕໍ່ມາຊາບຊື່ວ່າ ທ້າວລອດ ອາຍຸ 47 ປີເປັນປະຊາຊົນ ບ້ານນາຂີ້ເຫຼັກ ເມືອງສອງຄອນ ແຂວງສະຫວັນນະເຂດ ສປປ.ລາວ
ຈາກການກວດສອບບໍລິເວນທີ່ເກີດເຫດພົບກະສອບສີດຳ ຈຳນວນ 8 ກະສອບ ຊອງໃສ່ລູກປືນ M16 ຈຳນວນ 1 ຊອງພາຍໃນບັນຈຸລູກປືນຂະຫນາດ 5.56 ມມ. ຈຳນວນ 20 ນັດ ເກີບແຕະຈຳນວນ 3 ຂ້າງ ມີມີດປາຍແຫລມ 1 ດ້າມ ແລະ ໂທລະສັບມືຖື 1 ຫນ່ວຍ
ຈາກການກວດສອບຂອງເຈົ້າຫນ້າທີ່ໃນກະສອບພົບວັດຖຸຫໍ່ດ້ວຍເຈັ້ຍສີເຫລືອງ ຂຽນອັກສອນພາສາອັງກິດ ບີ ເອັມ(BM) ກວດສອບພາຍໃນຫໍ່ປະກົດວ່າເປັນຢາບ້າ ເມັດສີສົ້ມ ທີ່ຈຳກາດ້ວຍຕົວອັກສອນພາສາອັງກິດ wy ກວດສອບທັງກມົດ ຈຳນວນ 957 ມັດ ລວມແລ້ວປະມານ 1.914.000 ເມັດ
ນຳສົ່ງພະນັກງານສອບສວນ ສະຖານີຕຳຫລວດເຂມມະຣາດ ຈັງຫວັດອຸບົນຣາຊະທານີ ເຈົ້າຫນ້າທີ່ໄດ້ນຳຄົວຜູ້ຖືກຫາໄປເພື່ອດຳເນີນຄະດີໃນຂໍ້ຫາ “ຮ່ວມກັບພວກທີ່ຫລົບຫນີມີຢາເສບຕິດໃຫ້ໂທດປະເພດທີ່1 (ເມດແອມເຟຕາມີນ)
ໄວ້ໃນຄວາມຄອບຄອງເພື່ອການຄ້າແລະ ດໍາໃຫ້ເກີດການແພ່ລະບາດກະຈ່າຍໃນກຸ່ມປະຊາຊົນໂດຍບໍ່ໄດ້ຮັບອະນຸຍາດ.
