ໃຜທີ່ຈະໄປເຮັດວຽກ ຢູຢູ່ສ.ເກົາຫຼີ ຄິດດີໆກ່ອນເດີ ຈຶ່ງຕັດສິນໃຈໄປ.
ຖ້າທ່ານເຮັດໜັກຢູ່ບ້ານ ຄືໄປເຮັດວຽກຢູ່ປະເທດເຂົາ ທ່ານກໍ່ມີເງິນໃຊ້ບໍ່ຂາດມືແລ້ວ ຈະໄປໃຫ້ທ່ານຖືກກົດຂີ່ຖືກຕີເຮັດຫຍັງ.
ມີແຕ່ທ່ານໄປສົ່ງເສີມປະເທດເຂົາ ແລະ ອີກຢ່າງມີແຕ່ສົ່ງເສີມບໍລິສັດ ຫືຼ ໜ່ວຍງານທີ່ແລ່ນເອກະສານໃຫ້ທ່ານໄປນັ້ນມີລາຍໄດ້ຊື່ໆ
ເພາະບໍ່ມີໜ່ວຍງານຄຸ້ມຄອງ ແຮງງານ ຄົນລາວທີ່ສາມາດປົກປ້ອງຕົວທ່ານໄດ້ ຖ້າຫາກເກີດເຫດການແບບດັ່ງກ່າວນີ້ ໜ່ວຍງານຝ່າຍລາວມີແຕ່ອ້າງນີ້ອ້າງນັ້ນ ວ່າ ຖ້າບໍ່ມີຫັຼກຖານ ຄຣິບວິດີໂອ ເວລາເກີດເຫດ ແມ່ນບໍ່ສາມາດຊ່ວຍທ່ານໄດ້ ຕົວທ່ານຈະມີແຕ່ເຈັບຟີຼໆແຖມຍັງບໍ່ໄດ້ເງິນອີກ
ບ່ອນເຮັດວຽກຢູ່ ສ.ເກົາຫຼີ ກໍ່ບໍ່ໄດ້ໝາຍຄວາມວ່າທຸກບ່ອນຈະບໍ່ດີໝົດ ແຕ່ຢູ່ທີ່ທ່ານຖືກນາຍຈ້າງບາງຄົນທີ່ໂຫດຮ້າຍເທົ່ານັ້ນ.
ສະນັ້ນຂໍ້ມູນນີ້ແຊ໌ປະສົບການໃຫ້ທຸກຄົນ ທີ່ຄິດຈະໄປເຮັດວຽກ ຕ່າງປະເທດໄດ້ສືກສາເທົ່ານັ້ນ ບໍ່ແມ່ນສ້າງມາ ເພື່ອສ້າງກະແສ ຫືຼ ສ້າງຄວາມແຕກຕື່ນ ວ່າຄົນເກົາຫຼີບໍ່ດີ ຫວັງວ່າຈະເປັນບົດຮຽນແກ່ ຊາວກຳມະກອນແຮງງານລາວບໍ່ຫຼາຍກໍ່ນ້ອຍ.

👉👉ຖ້າໃຜຢ່າຮູ້ເຫດການແມ່ນສາມາດ ຟັງການເລົ່າເຫດການຈາກຜູ້ຖືກເຄາະຮ້າຍຂອງອ້າຍນ້ອງຊົນເຜົ່າທີ່ຖືກທຳລາຍ ຟັງໄດ້ຕາມຄຣິບດັ່ງລຸ່ມນີ້(ຖ້າໃຜບໍ່ເຂົ້າໃຈແມ່ນສາມາດໃຫ້ອ້າຍນ້ອງຊົນເຜົ່າມົ້ງທີ່ຢູ່ໃກ້ທ່ານແປໃຫ້ເດີ)
ຊົມຄຣິບ👇👇
ທີ່ມາຂອງຄຣິບວິດີໂອ
