ປຶກສາຫາລື ໃຊ້ຫຼັກວິຊາການແກ້ໄຂການຄຸ້ມຄອງລາຄາສິນຄ້າ ຕິດພັນກັບອັດຕາແລກປ່ຽນ.
ສະນັ້ນ, ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ຄົ້ນຄວ້າວິທີການແກ້ໄຂບັນຫາລາຄາສິນຄ້າລາຄາເເພງ ເພື່ອໃຫ້ສາມາດກໍານົດມາດຕະການຮອງຮັບກັບສະພາບການປັດຈຸບັນ ແລະ ໃນຕໍ່ຫນ້າ.

ໄລຍະຜ່ານມາ ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງວຽງຈັນ (ນວ) ໄດ້ເອົາໃຈໃສ່ປະຕິບັດຕາມຫນ້າທີ່ ສິດ ແລະ ພາລະບົດບາດຂອງຕົນຢ່າງຕັ້ງຫນ້າ ແຕ່ກໍ່ບໍ່ປາສະຈາກບັນຫາການສວຍໂອກາດຂຶ້ນລາຄາສິນຄ້າຂອງພວກບໍ່ຫວັງດີຈໍານວນຫນຶ່ງ.
ດັ່ງນັ້ນ, ພະແນກອຸດສາຫະກໍາ ແລະ ການຄ້າ ນວ ໄດ້ຄົ້ນຄວ້າໂດຍສົມທົບກັບບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງທີ່ມີສ່ວນພົວພັນ ແລະ ແກ້ໄຂຮ່ວມກັນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າດ້ານວິຊາການກ່ຽວກັບການແກ້ໄຂ ການຄຸ້ມຄອງລາຄາສິນຄ້າຕິດພັນກັບອັດຕາແລກປ່ຽນການສະຫນອງ ແລະ ຄວາມຕ້ອງການຂອງສິນຄ້າ ການແກ້ໄຂບັນຫາການສະຫນອງ ນ້ໍາມັນເຊື້ອໄຟຢູ່ ນວ ວັນທີ 6 ມີຖຸນາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ມີຫົວຫນ້າ ພະແນກການ ຜູ້ປະກອບການ ແລະ ຫນ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ລາຍງານສະພາບໂດຍຫຍໍ້ກ່ຽວກັບສະພາບການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ທຸລະກົດປ້ໍາຂາຍຍ່ອຍ ນ້ໍາມັນເຊື້ອໄຟຂອງພະແນກອຸດສາຫະກໍາ ແລະ ການຄ້າ ນວ ໃນໄລຍະຜ່ານມາ ແລະ ທິດທາງແກ້ໄຂໃນຕໍ່ຫນ້າ.

ພ້ອມນັ້ນ ຜູ້ທີ່ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເປັນທິດທາງການແກ້ໄຂ.