ເຫດການນີ້ແມ່ນຜູ້ກໍ່ເຫດໄດ້ໂພສ ຂາຍສິນຄ້າລົງໃນກຸ່ມຂາຍສິນຄ້າກຸ່ມ ໃນ facebook ເພື່ອຊອກຫາລູກຄ້າທີ່ສົນໃຈໃນສິນຄ້ານັ້ນໆ.

ຫຼັງຈາກໄດ້ລູກຄ້າແລ້ວຜູ້ກໍ່ເຫດກໍຈະເອົາເລກບັນຊີ (ຄິວອາ) ຂອງຮ້ານທີ່ຮັບໂອນເງິນ-ຖອນເງິນ ສົ່ງໃຫ້ລູກຄ້າເພື່ອໂອນເງິນຈ່າຍຄ່າສິນຄ້ານັ້ນໆ. ຫຼັງຈາກລູກຄ້າຫຼົງເຊື່ອໂອນເງິນເຂົ້າແລ້ວທາງຜູ້ກໍ່ເຫດກໍຈະເອົາໃບບິນທີ່ລູກຄ້າໂອນເງິນມາຢັ້ງຢືນເພື່ອເອົາເງິນສົດນຳຮ້ານທີ່ຮັບໂອນເງິນ-ຖອນເງິນ ໄປ.

ຈາກນັ້ນ, ຜູ້ກໍ່ເຫດກໍຈະປິດເຟສ ບັອກລູກຄ້າໂຕນໝີ.
ຊົມຄລິບ.

ເຊິ່ງເຫດການທີ່ເກີດຂຶ້ນໃນວັນທີ 2 ແລະ ວັນທີ 4 ມິຖຸນາ 2022 ທີ່ເກີດຂຶ້ນກັບແມ່ຄ້າພາຍໃນຕະຫຼາດ ຕົ້ນໂພ ຟອງສະຫວັນ ( ຕະຫຼາດຕັ້ງຢູ່ບ້ານໜອງບົກ, ເມືອງໜອງບົກ, ແຂວງຄຳມ່ວນ )

ຖືວ່າທາງຮ້ານທີ່ຮັບໂອນຍັງມີສະຕິຫຼາຍ ເຮັດໃຫ້ຈັບຕົວຜູ້ກໍ່ເຫດໄດ້ສຳເລັດ.