ຮສ. ແສງຟ້າ ອະທິບາຍຄວາມໝາຍທີ່ແທ້ຈິງຂອງ “ຈິດຕະສາດ”

ຊື້ເລກທີ່ນີ້ ມີແຕ່ໄດ້ກັບໄດ້ 100%

ຮສ. ແສງຟ້າ ອະທິບາຍຄວາມໝາຍທີ່ແທ້ຈິງຂອງ “ຈິດຕະສາດ”

ຈິດຕະສາດ’ ເປັນຄຳປະສົມປະເພດຄຳນາມຈາກເຄົ້າປາລີ-ສັນສະກິດ ປະກອບດ້ວຍຄຳວ່າ ‘ຈິຕຕະ’ ທີ່ໝາຍເຖິງ “ໃຈ, ຈິດ, ຄວາມຄິດ, ສິ່ງທີ່ມີໜ້າທີ່ຮູ້ ຄິດ ແລະນຶກ” ແລະຄໍາວ່າ ສາສະຕະຣະ ແປງມາເປັນ ‘ສາດ’ ໃນພາສາລາວ

ໝາຍເຖິງ “ລະບົບວິຊາຄວາມຮູ້”. ເມື່ອສອງຄໍາປະສົມເຂົ້າກັນເປັນ ‘ຈິດຕະສາດ’ ກໍໝາຍເຖິງ “ວິຊາວ່າດ້ວຍຈິດ, ວິທະຍາສາດຂະແໜງໜຶ່ງວ່າດ້ວຍປາກົດການ, ພຶດຕິກຳ ແລະຂະບວນການຂອງຈິດ” ເຊັ່ນ

– ໃນຫຼັກສູດປະລິນຍາຕີສ້າງຄູວັນນະຄະດີ-ພາສາສາດ ປີ 1979-2006 ມີວິຊາໜຶ່ງທີ່ນັກສຶກສາສ້າງຄູຕ້ອງໄດ້ຮຽນຄື ວິຊາຈິດຕະສາດ.

– ແຕ່ພາຍຫຼັງສ້າງຕັ້ງມະຫາວິທະຍາໄລແຫ່ງຊາດໃນປີ 2006 ເປັນຕົ້ນມາ, ວິຊາຈິດຕະສາດ ກໍໄດ້ປ່ຽນຊື່ມາເປັນ ວິຊາຈິດຕະວິທະຍາ ເຊິ່ງກໍມີຄວາມໝາຍອັນດຽວກັນ.

‘ຈິດຕະສາດ’ ຍັງນໍາໃຊ້ໃນພາສາປາກເວົ້າ ໂດຍສະເພາະໃນໄລຍະທີ່ນໍ້າມັນຂາດແຄນ ເຫັນຮືຮາໃຊ້ກັນຫຼາຍ ເຊິ່ງມີຄວາມໝາຍວ່າ “ອາລົມຄວາມຮູ້ສຶກໃນເວລາເກີດບັນຫາທີ່ກະທົບໃສ່ຈິດໃຈຄົນເຮົາ” ເຊັ່ນ

– ນໍ້າມັນຂາດ ເປັນຍ້ອນຈິດຕະສາດ ເຮົາຄິດໄປເອງວ່າ ນໍ້າມັນຂາດ.

– ຢ່າແຕກຕື່ນ ມັນເປັນພຽງຈິດຕະສາດເທົ່ານັ້ນ.

– ໃນບົດກອນ “ນ້ຳເອີຍ… ນ້ຳມັນ” ຂອງສຸບັນ ຫຼວງລາດ ລົງໂພສໃນວັນທີ 2 ມິຖຸນາ ໄດ້ຂຽນໃນບາດທີ 1 ວ່າ: “ຟັງສຽງຟົດໆວຸ້ນ ອາດູນຂຸ່ນເຄື່ອງມະໂນ ປະຕິໂທນ້ຳມັນແພງ ແຍ່ງຊີງກັນຊື້ ຮືຮາ! ຫາແນວເວົ້າ ເປັນນຳເຮົາຈິດຕະສາດ?!?

ຈັ່ງແມ່ນຊາດຮ່າວມົ້ວ ຫົວ-ຫາງເຊືອກທ່ອນສົ້ນ ງົມງ້ວງຄວ່າຫາ” ‘ຕັກກະສາດ’ ເປັນຄຳປະສົມປະເພດຄຳນາມຈາກເຄົ້າປາລີ-ສັນສະກິດ ປະກອບດ້ວຍຄຳວ່າ ‘ຕັກກະ’ ທີ່ໝາຍເຖິງ “ຄວາມມີເຫດມີຜົນ” ແລະຄໍາວ່າ ‘ສາສະຕະຣະ’ ແປງມາເປັນ ‘ສາດ’ ໃນພາສາລາວ ໝາຍເຖິງ “ລະບົບວິຊາຄວາມຮູ້”.

ເມື່ອສອງຄໍາປະສົມເຂົ້າກັນເປັນ ‘ຕັກກະສາດ’ ກໍໝາຍເຖິງ “ຄວາມຮູ້ທາງປັດຊະຍາວິຊາໜຶ່ງ ວ່າດ້ວຍການຄິດຫາເຫດແລະຜົນ ແລະຄວາມສຳພັນລະຫວ່າງເຫດກັບຜົນ ຈາກຜົນໄປສູ່ເຫດ ແລະກັບມາເປັນຜົນທີ່ກ່ຽວເນື່ອງ”.

ບາງເທື່ອເພິ່ນກໍເວົ້າເປັນຄໍາທັບສັບຈາກພາສາຝຣັ່ງວ່າ Logic ເປັນ ໂລຊິກ, ບາງເທື່ອກໍໃຊ້ຢູ່ໃນບົດວັນນະຄະດີວ່າ ‘ຕັກກະ’. ທັງ ‘ຕັກກະສາດ’, ‘ໂລຊິກ’ ແລະ ‘ຕັກກະ’ ມີຕົວຢ່າງໃຊ້ດັ່ງນີ້:

– ຄະນິດສາດ ມ 5 ຫົວຂໍ້ບົດທີ1 ແມ່ນ ‘ຕັກກະສາດ’.

– ຫົວໜ້າເຈົ້າເວົ້າຈັ່ງແມ່ນບໍ່ມີໂລຊິກຈັກໜ້ອຍ.

– ໃນບົດກອນ “ນ້ຳເອີຍ…ນ້ຳມັນ” ຂອງສຸບັນ ຫຼວງລາດ ກໍໄດ້ໃຊ້ຄໍາ ‘ຕັກກະ’ ໃນບາດທີ 2: “ມີຄວັນປິວສູ່ຟ້າ ຫາບ່ອນກອງໄຟ ເທາະນາ ຕັກກະ ເຫດ-ຜົນມີ ຈົ່ງຕີລາຄາຖ້ວນ ມວນຊາວຊົນໝອງໄໝ້ ສັນໃດຕູມຕື່ມ ວ່າຊັ້ນ! ວັນນີ້ ໂລກປັນຍາເປີດກວ້າງ ກວງໄກເຫັນຮຸ່ງຮູ້ ບໍ່ຈູງໄດ້ດັ່ງຄວາຍ ດອກນາ!”

#ຂໍ້ສັງເກດ: ມາຮອດປັດຈຸບັນ ຄຳສັບ ‘ຈິດຕະສາດ’ ຈະບໍ່ເຫັນໃຊ້ເປັນຊື່ວິຊາທີ່ວ່າດ້ວຍຈິດອີກແລ້ວ ເພາະມີຄຳວ່າ ‘ຈິດຕະວິທະຍາ’ ເຂົ້າມາໃຊ້ແທນທີ່, ແຕ່ມັກຈະໃຊ້ໃນຄວາມໝາຍ “ອາລົມຄວາມຮູ້ສຶກ” ໃນເວລາເກີດບັນຫາທີ່ກະທົບໃສ່ຈິດໃຈຄົນເຮົາ.

ສ່ວນ ‘ຕັກກະສາດ’ ນັ້ນ ຈະເຫັນໃຊ້ຫຼາຍໃນວິຊາຄະນິດສາດ, ແຕ່ເວລາເວົ້າເຖິງເລື່ອງເຫດແລະຜົນ ຫຼາຍຄົນມັກໃຊ້ ‘ໂໍລຊິກ’ ຫຼືບໍ່ກໍແມ່ນ ‘ຕັກກະ’. (ຂອບໃຈບົດກອນມ່ວນໆແລະມີຄວາມໝາຍຂອງ ສູຸບັນ ຫຼວງລາດ ກະວີຊີໄຣ ປີ 2016)

ທີ່ມາ: Sengfa Hola

Related Posts

Leave a Reply

Your email address will not be published.