ຂ່າວດີ!! ພົບລູກ’ປາໂລມານ້ຳຈືດ ຫລື ປ່າຂ່າ ‘ ເກີດໃໝ່ຢູ່ນໍ້າຂອງເຂດ ປະເທດ ກຳປູເຈຍ!
ອົງການ WWF ກຳປູເຈຍ ໄດ້ອອກມາບອກຂ່າວດີໃນອາທິດແລ້ວນີ້ວ່າ ຂະນະທີ່ຄະນະຄົ້ນຄ້ວາຊັບພະຍາກອນນ້ຳຈືດຂອງແມ່ນໍ້າຂອງຈາກ WWF ແລະກົມປະມົງກຳປູເຈຍ ທີມ ວິໄຈໄດ້ພົບເຫັນລູກປາຂ່າ ເກີດ ໃໝ່ລອຍຢູ່ກັບ ປາຂ່າ ທີ່ໃຫຍ່ເຕັມທີ່ອີກ 9 ໂຕ ເຊິ່ງລູກປ່າຂ່ານີ້ ອາຍຸໄດ້ 5 ມື້ເທົ່ານັ້ນ.
ນີ້ແມ່ນຂ່າວດີສຳລັບການອະນຸລັກປາຂ່າ ຫລື ໂລມານ້ຳຈືດໃນແມ່ນ້ຳຂອງ ເພາະຖ້າຜູ້ໃດຈື່ ໄດ້ຂ່າວ ຊ່ວງເດືອນກຸມພາທີ່ຜ່ານມາໄດ້ ສປປ ລາວ ເຮົາຫາກໍ່ສູນເສຍປ່າຂ່າໂຕສຸດທ້າຍ ໃນ ເຂດນ້ຳຂອງລາວ,
ອົງການ WWF ສປປ ລາວກ່າວວ່າ: ເປັນການສູນພັນລະດັບຊາດຂອງ ປະຊາກອນປາໂລມານໍ້າຈືດ ໃນ ສປປ ລາວ.
ທີ່ມາ: WWF ກຳປູເຈຍ