ເຫດການຊ່ວງວັນທີ13/4/2022 ມີເດັກຊາຍໄວອາຍຸປະມານ14-15ປີ ຫາຍຕົວໄປ ພາຍຫຼັງ2ວັນຈີ່ງພົບວ່າ ໄປຫຼີ້ນນໍ້າທີ່ຕາດ ແລ້ວຂື້ນໄປຫຼີ້ນເທີງຫົວຕາດ ເຮັດໃຫ້ຜາດພັ້ງຕົກລົງມາດັບຄາກາງຕາດ.
ວັນທີ 16/4/2022 ພໍ່ເຖົ້າຂອງຜູ້ຖືກເຄາະຮ້າຍ ໄດ້ຮ່ວມເດີນທາງນຳຜູ້ເຫັນເຫດການ ທີ່ພາເຈົ້າໜ້າທີ່ໄປກວດກາ ສັນລະສູດທີ່ເກີດເຫດ ໂຊກຮ້າຍຕົກຕາດຊໍ້າ ດັບຄາທີ່ເດີມອີກລາຍ
ຕາມທີ່ຜູ້ເຫັນເຫດການເລົ່າວ່າ ພໍໄປເຖີງ ຜູ້ເປັນພໍ່ ເຫັນເກີບກິ່ງໜຶ່ງຂອງລູກຜູ້ເສຍຊີວິດຄ້າງຢູ່ເທີງຫົວຕາດ ທັນໃດນັ້ນຜູ້ກ່ຽວໄດ້ຍື່ນມືໄປເພື່ອຫວັງເກັບເອົາເກີບກີ່ງນັ້ນມາໄວ້ເພື່ອເປັນທີ່ລະນຶກ ໂຊກບໍ່ເຂົ້າຄ້າງ ລື່ນໄຫຼຕົກຕາດເສຍຊີວິດຕາມກັນຕົກໄປຄ້າງໃນຈຸດເດີມທີ່ຫຼານຕົກຄ້າງອີກ.
ເກີດເຫດຢູ່ ນໍ້າຕົກຕາດຜາພະເຈເລ້ ບ້ານນໍ້າຄຽນ ເມືອງຮົ່ມ ແຂວງໄຊສົມບູນ
ເຫດການນີ້ໄດ້ມີການສູນເສຍສະມາຊິກຄອບຄົວໄປນຳກັນ 3ຄົນ ລຽນຕິດໆກັນ, ເຊີ່ງເປັນເຫດທີ່ເສົ້າສະຫຼົດໃຈສຸດໆ ໃນຊ່ວງບຸນສົງການປີ ພສ 2565ນີ້
ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ສູນເສຍລູກຫຼານແລະເສົາຫຼັກຂອງຄອບຄົວໄປ ໃນຄັ້ງນີ້ຢ່າງສຸດຊື້ງ. ຂໍໃຫ້ດວງວິນຍານທັງສາມຈົ່ງໄປສູ່ສຸກຂະຕິເຖີດ.
ທີ່ມາ.
