ຂໍໃຫ້ພາກສ່ວນກ່ຽວຂ້ອງຊີ້ແຈງເຫດຜົນ ເພາະຈະສົ່ງຜົນກະທົບນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດເຮົາ.
ຈາກເຟດບຸກ Jin chintana ໄດ້ໂພສວ່າ: ນັກທ່ອງທ່ຽວ、ນັກທຸລະກິດ ທີ່ເຂົ້າມາປະເທດລາວໂດຍຜ່ານສະນາມບິນສາກົນວັດໄຕ ຖືກຮ້ອງເກັບເງິນຄົນລະ 20$-100$ ໂດຍສະເພາະແມ່ນກຸ່ມຄົນຈີນທີ່ຖືກກຸ່ມພະນັກງານເຫລົ່ານີ້

ຮ້ອງເກັບເງິນ 100¥ ໂດຍເອກະສານທຸກຢ່າງຖືກຕ້ອງແລະຜ່ານກົງສູນລາວ ປະຈຳແຕ່ລະປະເທດເປັນທີ່ຮຽບຮ້ອຍແລ້ວ ຖືກສາມາດເດີນທາງເຂົ້າມາປະເທດໄດ້ ແຕ່ເມື່ອມາຮອດສະນາມບິນ ໄດ້ຖືກກຸ່ມຄົນເຫລົ່ານີ້ ເກັບເງິນຄົນລະ 100¥ .
ນີ້ບໍ່ຄືການໂຄສະນາ ໃຫ້ນັກທ່ອງທ່ຽວເຂົ້າມາປະເທດລາວ、ນີ້ບໍ່ຄືການກະຕຸນເສດຖະກິດປະເທດ ❓ ໜ້າທີ່ຂອງບຸກຄົນເຫລົ່ານີ້ແມ່ນຫຍັງແທ້ ແລະ ພາກສ່ວນຜູ້ໃຫຍ່ຂັ້ນເທິງ
ປ່ອຍໃຫ້ເປັນແບບນີ້ໄດ້ຈັງໃດ ມາເຖິງ3ປີ ໃນຊ່ວງໄລຍະ ໂຄວິດທີ່ຜ່ານມາ ❓ ບໍ່ແມ່ນພຽງຄົນຈີນ ລວມເຖິງຄົນເກົາຫລີ、ຄົນມາເລ、ໄຕ້ຫວັນ ແລະ ອື່ນໆອີກ.
ເປັນການຂາຍຂີ້ໜ້າປະເທດຫຼາຍ ຖ້າຫາກຍັງເປັນແບບນີ້ ແລະ ປ່ອຍປະບຸກຄົນເຫລົ່ານີ້ລອຍໜ້າລອຍຕາ
ຊົມຄຼິບ
ຊົມຄຼິບ2
ຊົມຄຼິບ3
ທີ່ມາ

https://www.facebook.com/478509568864279/posts/4893853603996498/