ພະຍາກອນອາກາດອາທິດນີ້ ກົມອຸຕຸນິຍົມ ແລະ ອຸທົກກະສາດ ມີຄຳເຕືອນເຝົ້າລະວັງສະພາບຝົນຕົກໜັກຟ້າຮ້ອງ -ຟ້າເຫຼື້ອມໃນໄລຍະວັນທີ 28 ຫາ 31 ມີນາ 2022.

ເນື່ອງຈາກມວນອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບກະລົມຕາເວັນອອກ ແລະ ຕາເວັນອອກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ,

ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ, ໝາກເຫັບຕົກ ພ້ອມເກີດມີລົມພາຍຸທ້ອງຖີ່ນ ແລະ ຟ້າຜ່າ ເປັນບາງໂອກາດແຂວງພາກເໜືອ ແລະ ພາກໃຕ້.

ແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ,
ຟ້າຮ້ອງ-ຟ້າເຫຼື້ອມ ແລະ ຟ້າຜ່າ, ລົມພາຍຸທ້ອງຖີ່ນທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ,ປ້າຍໂຄສະນາຫັກລົ້ມ ແລະ ຫຼັງຄາເຮືອນເປ່ເພ,

ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈຳ.
