ເຫດແທງກັນເສຍຊີວິດ 1 ເຈັບໜັກ 1 ທີ່ນະຄອນ ຫຼວງພະບາງ
ລາຍງານຈາກ ປະຊາຊົນ ໃຫ້ຮູ້ວ່າ ແລງວັນທີ 20 ມີນາ 2022 ເກີດເຫດສະຫຼົດ.
ມີການແທງກັນເສຍຊີວິດ ທີ່ ເຂດບ້ານວຽງໃໝ່, ນະຄອນ ຫຼວງພຣະບາງ ແຂວງຫຼວງພະບາງ.
ຂໍ້ມູນເບື້ອງຕົ້ນ, ຊາຍທັງສອງແມ່ນພີ່ນ້ອງກັນ ແລະ ມີການຜິດຖຽງ, ເຊິ່ງຜູ້ຖືກແທງໄດ້ ປະທະໂຕ້ຖຽງກັນ, ແຕ່ຄູ່ກໍລະນີມີມີດເຊື່ອງໄວ້ໃນມື. ຈິ່ງໄດ້ລົງມືແທງ.
ພ້ອມດຽວກັນນີ້ ກໍ່ມີຜູ້ເຈັບສາຫັດອີກ 1 ຄົນ ທີ່ເປັນພໍ່ຂອງຜູ້ເສຍຊີວິດ, ທີ່ພະຍາຍາມຈະມາຫ້າມທັງສອງຄົນ. ເຊິ່ງໄດ້ຮັບບາດເຈັບໜັກ.ປະຈຸບັນ, ທາງເຈົ້າໜ້າທີ່ໄດ້ກັກຕົວຜູ້ກໍ່ເຫດໄປດໍາເນີນການສືບສວນຕາມຂັ້ນຕອນຂອງກົດໝາຍ
ທີ່ມາ:https://twitter.com/SStoriesToday/status/1505548849628139520?ref_src=twsrc%5Etfw%7Ctwcamp%5Etweetembed%7Ctwterm%5E1505548849628139520%7Ctwgr%5E%7Ctwcon%5Es1_c10&ref_url=https%3A%2F%2Flaothai.org%2F2022%2F03%2F43243%2F
ຄລີບ.