ເມື່ອເວລາ 1:30 ນາທີ (8/3/22) ມີລົດຮຸນໄດ ຂົນແຮງງານທັງຫມົດ 13 ຄົນເດີນທາງຈາກ ບ້ານນາຮຳເມືອງ.

ນ້ຳບາກຊີ ໄປເປັນກຳມະກອນສວນກ້ວຍຈີນ ທີ່ໄຊຍະບູລີ ແຕ່ລົດມາເກີດເຫດເສຍຫລັກຕົກນ້ຳອູ ຢູ່ເຂດບ້ານປາກແຈກ ຈຸດຕົກແມ່ນ (ຫາດແຈກ) ບ້ານປາກແຈກ ເມືອງປາກອູ ຜູ້ໂດຍສານທັງຫມົດ 13 ຄົນ.

ມີອາການສາຫັດ 3 ຄົນ ສວນອີກ 10 ຄົນແມ່ນປອດໄພ ກ່ອນຫນ້ານັ້ນມີຊາວບ້ານປາກແຈກ ໄດ້ເຫັນເຫດການ ແລະ ໄດ້ເຂົ້າຊ່ວຍເຫລືອ
ສ່ວນຄົນໄດ້ຮັບບາດເຈັບ ແມ່ນໄດ້ນຳສົງໂຮງຫມໍເມືອງເປັນທີ່ຮຽບຮ້ອຍແລ້ວ ສ່ວນລົດແມ່ນຍັງຈົມຢູ່ໃຕ້ນ້ຳ (ຫາດແຈກ).

ໄລ່ຕາມກະແສຂ່າວ
ຊົມຄລິບ.
*ສ່ວນສາເຫດແມ່ນຄົນຂັບຫລັບໃນຂໍ້ມູນຈາກ: ໂສພາ ໄຊຍະລາດ.
