ປກສ ແຂວງວຽງຈັນ ຈັບຜູ້ຄ້າຂາຍຢາບ້າ ໄດ້ 2 ຄົນ ພ້ອມຢາບ້າຈຳນວນຫຼາຍ.

ເວລາປະມານ 20:00 ໂມງ,ຂອງວັນທີ 3 ມີນາ ນີ້,ເຈົ້າໜ້າທີ່ ປກສ ທີ່ດ່ານຈາລະຈອນ ບ້ານນ້ຳຮີ້ ເມືອງໝື່ນ ແຂວງວຽງຈັນ.

ສາມາດສະກັດຈັບຜູ້ຄ້າຂາຍຢາເສບຕິດໄດ້ 2 ຄົນ ເປັນເພດຍິງ ພ້ອມຢາບ້າຈຳນວນຫຼາຍ ແລະ ລົດກະບະ ໂຕໂຍຕາ 2 ຄັນ.
ສ່ວນລາຍລະອຽດ ຈະລາຍງານໃຫ້ຊາບຕື່ມພາຍຫຼັງ.

ທີ່ມາ: ວາລະສານປ້ອງກັນຄວາມສະຫງົບ.
ຄລີບ.
