ເກີດອຸບັດຕິເຫດໄຟໄໝ້ເຮືອບັນທຸກລົດຫລູຈຳນວນ 3,965 ຄັນໃນມະຫາສະໝຸດແອັດແລນຕິກຂ່າວສານຕ່າງປະເທດລາຍງານວ່າໃນວັນທີ 16 ກຸມພາ 2022.
ໄດ້ເກີດອຸບັດຕິເຫດໄຟໄໝ້ເຮືອທີ່ມີຊື່ວ່າ ເຟລິຊິຕີ້ ເອຊ ເຮືອທີ່ເຕັມໄປດ້ວຍລົດຫຼູປະມານ 3,965 ຄັນ, ເຄື່ອງອາໄຫລ, ແຮ່ທອງ (ລວມມູນຄ່າເສຍຫາຍ $32,360,000, 000 )ຈາກແບຣນ VW, Porsche (1,100 ຄັນ) Audi Bentley (189) ua Lamborghini ທີ່ຢູ່ໃນເຮືອລຳດັ່ງກ່າວ.
ເຊີ່ງເດີນທາງອອກມາຈາກທ່າເຮືອເອມເດນ ປະເທດເຢຍຣະມັນມີຈຸດໝາຍປາຍມາງທີ່ປະເທດສະຫະລັດອາເມລິກາ ມີລູກເຮືອທັງໝົດ 22 ຄົນ ທັງໝົດສະຫຼະເຮືອຖີ້ມໃນວັນທີ 17 ກຸມພາ 2022.
ເນື່ອງຈາກໄຟໄໝ້ລຸກລາມຢ່າງໄວວາ ພວກເຂົາໄດ້ຮັບການຊ່ວຍເຫຼືອຈາກເຮືອກອງທັບຂອງປະເທດໂປຣຕຸເກດເຮືອ ເຟລິຊິຕີ້ ເອຊ ເປັນເຮືອຈົດທະບຽນໃນປະເທດປານາມາ ດຳເນີນການໂດຍສາຍການເດີນເຮືອ Mitsui OSK Lines (MOL) ຂອງປະເທດຢີ່ປຸ່ນເຊີ່ງເຮືອມີອາຍຸປະມານ 17 ປີ,
ກວ້າງ 32 ແມັດ, ຍາວ 200 ແມັດ, ໜັກ 60,118 ຕັນ ສາເຫດໃນການເກີດອຸບັດຕິເຫດໃນຄັ້ງນີ້ຍັງຢູ່ໃນຂັ້ນຕອນການສືບສວນ ສ່ວນຕົ້ນເພີງມາຈາກຫ້ອງເກັບສີນຄ້າ.