ພາຍຫລັງ ເຈົ້າຫນ້າທີ່ ປກສ ເມືອງພິນ ແຂວງສະຫວັນນະເຂດ ໄດ້ຈັບຕົວ ທ້າວ ລຳໄພ ອາຍຸ 30 ປີ ບ້ານນາທອງໃຕ້ ຊົນນະບູລີ ແຂວງສະຫວັນນະເຂດ ຜູ້ທີ່ໄປຮັບເອົາຢາເສບຕິດ ໃນວັນທີ 17 ທັນວາ 2021 ນຳບໍລິສັດ ມີໄຊຂົນສົ່ງດ່ວນ ທີ່ສາຂາເຊທ່າມວກ ບ້ານຊະນະມິໄຊ ເມືອງພິນ ຈາກນັ້ນຂະຫຍາຍຜົນ.

ສາມາດຈັບໄດ້ເຈົ້າຂອງຢາ.
ເຈົ້າຫນ້າທີ່ ປກສ ເມືອງພິນ ເປີດເຜີຍວ່າ: ພາຍຫລັງສຶບຮູ້ ຈະມີການໄປຮັບເອົາຢາເສບຕິດ ຈາກບໍລິສັດ ມີໄຊຂົນສົ່ງດ່ວນ ສາຂາ ເຊທ່າມວກ ເຈົ້າຫນ້າທີ່ກໍໄດ້ຕິດຕາມເປົ້າຫມາຍ ຢ່າງບໍ່ຂາດສາຍຕາ, ມາຮອດເວລາ 10:00 ໂມງ ຂອງວັນທີ 17 ທັນວາ 2021; ຈຶ່ງໄດ້ພົບເຫັນເປົ້າຫມາຍຖືກສົງໄສ ຂີ່ລົດຈັກບໍ່ມີຫມາຍເລກທະບຽນມາຮອດ ແລະ ກໍຈອດລົດຍ່າງເຂົ້າໄປບໍລິສັດ ເພື່ອໄປຮັບເອົາ.

ເຄື່ອງຝາກ ເຊິ່ງເປັນໄປຕາມແຫລ່ງຂ່າວທີ່ສຶບຮູ້ມາ, ເປົ້າຫມາຍກໍໄດ້ຢື່ນໃບບິນຮັບເຄື່ອງ ໃຫ້ພະນັກງານ ຈາກນັ້ນ ພະນັກງານ ກໍເອົາແກັດມາໃຫ້ 1 ແກັດ, ເປັນແກັດສີນໍ້າຕານ ຂະຫນາດ 40×60 ຊັງຕີແມັດ.
ຫລັງຈາກເປົ້າຫມາຍຮັບເອົາເຄື່ອງແລ້ວ ເຈົ້າຫນ້າທີ່ ທີ່ຕິດຕາມຢູ່ນັ້ນ ກໍໄດ້ສະແດງຕົວ
ຂໍກວດກາແກັດດັ່ງກ່າວ ພໍເປີດເບິ່ງກໍພົບເຫັນຢາບ້າ ບັນຈຸ ໃນແກັດ ຈຳນວນ 12 ແພັກ, ມີ 36 ມັດ ເທົ່າກັບ 72.000 ເມັດ, ຈາກນັ້ນ, ເຈົ້າຫນ້າທີ່ໄດ້ນຳຕົວ ທ້າວ ລຳໄພ ມາສອບຂະຫຍາຍຜົນ ຈົນຜູ້ກ່ຽວໄດ້ຊັດທອດເຖິງເຈົ້າຂອງຢາເສບຕິດ.

ຕົກມາຮອດວັນທີ 18 ທັນວາ 2021 ເວລາ 8:00 ໂມງ ເຈົ້າຫນ້າທີ່ ນຳຈັບ ທ້າວ ສີທົນ ຫລື ຕົ້ນ ອາຍຸ 31 ປີ, ບ້ານນາທອງໃຕ້ ເຈົ້າຂອງຢາ ໄດ້ທີ່ບ້ານແກ້ງກີ ເມືອງເຊໂປນ; ເຊິ່ງຜູ້ກ່ຽວສາລະພາບເປັນຢາຂອງຕົນແທ້.
#ວາລະແຫ່ງຊາດຕ້ານຢາເສບຕິດ.
ຂໍ້ມູນ: ປກສ