ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 17 ທັນວາ 2021 ໃຫ້ຮູ້ວ່າ:
ປັດຈຸບັນສັງເກດເຫັນວ່າ ມີປະຊາຊົນຈຳນວນໜຶ່ງ ມີຄວາມກັງວົນກ່ຽວກັບເຊື້ອພະຍາດໂຄວິດ-19 ທີ່ອາດຈະຕິດມາກັບອາຫານທີ່ຊື້ມາ ເຮັດໃຫ້ບາງທ່ານໃຊ້ເຫຼົ້າຂ້າເຊື້ອຮູບແບບສະເປ ສີດພົ່ນໃສ່ອາຫານກ່ອນຮັບປະທານ,
ຄວາມຈິງແລ້ວ ການປະຕິບັດດັ່ງກ່າວ ເປັນການເຂົ້າໃຈທີ່ບໍ່ຖືກຕ້ອງຕາມຫຼັກການ ເພາະເຫຼົ້າຂ້າເຊື້ອທີ່ເປັນຮູບແບບສະເປຜົ່ນ ບໍ່ຄວນສີດລົງໃສ່ອາຫານໂດຍກົງ ເພາະອາດເປັນອັນຕະລາຍເຖິງຊີວິດໄດ້.
ສະນັ້ນ, ວິທີການຂ້າເຊື້ອພະຍາດ ແລະ ຫຼຸດຜ່ອນຄວາມສ່ຽງໃນການຕິດເຊື້ອ ກໍ່ຄືການປຸງແຕ່ງອາຫານໃຫ້ສຸກດີ ແລະ ຮັບປະທານອາຫານສົດໃໝ່ທຸກຄັ້ງ.
