ຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນ ໃຫ້ຮູ້ວ່າ:
ສໍາລັບ ຄົນເຈັບເສຍຊີວິດ 4 ຄົນ, ລາຍລະອຽດ ດັ່ງນີ້:
ຜູ້ທີ 1: ເພດຍິງ, ອາຍຸ 88 ປີ, ບ້ານວັດທາດ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ
ພະຍາດປະຈໍາຕົວ: ຄວາມດັນເລືອດສູງ
ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19
ວັນທີ 17 ພະຈິກ 2021: ໄດ້ເຂົ້າມາກວດຢູ່ໂຮງຫມໍແຂວງ ຍ້ອນບໍ່ຮູ້ສະຕິພ້ອມທັງ ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບ
ວັນທີ 20 ພະຈິກ 2021: ຄົນເຈັບມີອາການຊຸດລົງກະທັນຫັນ. ມາຮອດເວລາ 17:30 ໂມງ ຄົນເຈັບໄດ້ເສຍຊີວິດ
-ຜູ້ທີ 2: ເພດຊາຍ, ອາຍຸ 88 ປີ, ສັນຊາດ: ຫວຽດນາມ, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫລວງ
ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ
ຜ່ານມາບໍ່ໄດ້ສັກຢາວັກຊີນກັນໂຄວິດ-19ວັນທີ 11 ພະຈິກ 2021: ມີໄຂ້ ແລະ ເຈັບຄໍ ຈຶ່ງເກັບຕົວຢ່າງມາກວດຊອດຫາ ພະຍາດໂຄວິດ-19 ຜົນກວດແມ່ນພົບເຊື້ອ
ນັບແຕ່ວັນທີ 11-16 ພະຈິກ 2021: ຄົນເຈັບປິ່ນປົວຢູ່ບ້ານ
ວັນທີ 16 ພະຈິກ 2021: ໄດ້ມາປິ່ນປົວຢູ່ສູນລ້ານຊ້າງ
ວັນທີ 19 ພະຈິກ 2021: ໄດ້ຍ້າຍຄົນເຈັບຈາກສູນລ້ານຊ້າງ ມາໂຮງຫມໍເສດ ຖາທິລາດ ຍ້ອນຄົນເຈັບອິດເມື່ອຍ, ຫາຍໃຈຍາກ ແລະ ອົກຊີໃນເລືອດຕ່ໍາ
ມາຮອດເວລາ 20:30 ໂມງ ຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍ ຊີວິດ
-ຜູ້ທີ 3: ເພດຊາຍ, ອາຍຸ 71 ປີ, ອາຊີບ: ຜູ້ເຖົ້າ, ບ້ານຢູ່ປະຈຸບັນ ບ້ານ ສີສຸມຸງຄຸນ , ເມືອງປາກຊັນ, ແຂວງບໍລິຄໍາໄຊ
ພະຍາດປະຈໍາຕົວ: ເປັນເບົາຫວານ ແລະ ຄວາມດັນເລືອດສູງ – ຜ່ານມາໄດ້ຮັບການສັກວັກຊີນກັນໂຄວິດ-19 ຄົບ
ວັນທີ 20 ພະຈິກ 2021: ເຂົ້າໂຮງຫມໍ ຍ້ອນອາການ ໄອ ແລະ ຫາຍໃຈຍາກ ຈິງໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດແມ່ນພົບເຊື້ອ ແລະ ໄດ້ນໍາສົ່ງເຂົ້າໄປປິ່ນປົວ ສູນຫຼັກ 6 ຂອງແຂວງ
ເວລາ 6 :42 ໂມງ ຜູ້ກ່ຽວລຸກມານັ່ງລົມກັບລູກລາວ ແລະ ໄດ້ນອນລົງເອງ ແລະ ເກີດພາວະຊອຶກກະທັນຫັນ ຈິ່ງໄດ້ເສຍຊີວິດໃນຕໍ່ມາ.
ຜູ້ທີ 4: ເພດຊາຍ ອາຍຸ 39 ປີ, ອາຊີບ: ປະຊາຊົນ, ບ້ານ ນ້ໍາອາງ (ຄຸ້ມໂພນໄຮ), ເມືອງທຸລະຄົມ, ແຂວງວຽງຈັນ.
ບໍ່ມີປະຫວັດພະຍາດປະຈໍາຕົວ ຜ່ານມາຮັບການສັກວັກຊິນກັນໂຄວິດ-19 ໄດ້ 1 ເຂັ້ມ ຜູ້ກ່ຽວຢູ່ສະຖານທີ່ຄຸມຂັງ ຖືກກັກໂຕແຕ່ວັນທີ 28 ສິງຫາ 2021.
ວັນທີ 19 ພະຈິກ 2021 ເວລາ 13:00 ໂມງ: ຜູ້ກ່ຽວອິດເມື່ອຍ, ອ່ອນເພຍ, ໄອ, ເຈັບຄໍ, ຫັນໃຈຝືດ ແລະ ແຫນ້ນຫນ້າເອີກ.ເວລາ 15:00 ໂມງ ຖືຄີງໄຂ້, ຫັນໃຈຝືດ, ແຫນ້ນຫນ້າເອີກ, ນອນພຽງບໍ່ໄດ້, ຈຶ່ງຖືກໄດ້ນໍາສົ່ງມາໂຮງຫມໍ ເມືອງທຸລະຄົມ ແລະ ເກັບຕົວຢ່າງກວດຫາເຊື້ອໂຄວິດ-19, ຜົນກວດເປັນບວກ ໃນໄລຍະຕໍ່ມາ ຜູ້ກ່ຽວມີອາການດີຂື້ນ ຈິ່ງໄດ້ຂໍນໍາເອົາຄົນເຈັບກັບຄືນໄປສະ ຖານທີ່ຄຸມຂັງ ເຊິ່ງມີແພດປະຈໍປິ່ນປົວ.
ວັນທີ 20 ພະຈິກ 2021 ເວລາ 7:30 ນາທີ ຜູ້ກ່ຽວເສຍຊີວິດ.
-ຜູ້ທີ 5: ເພດຊາຍ ອາຍຸ 62 ປີ, ບ້ານຢູ່ປະຈຸບັນ: ບ້ານອາມອນ, ເມືອງໄຊເສດຖານະຄອນຫລວງ
ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມ.
ຜ່ານມາບໍ່ໄດ້ສັກວັກຊີນກັນໂຄວິດ-19
– ວັນທີ 12 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການໄຂ້, ໄອ, ເມື່ອຍ ແລະ ຫາຍໃຈຍາກ ພ້ອມທັງ ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ
– ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 12-20 ພະຈິກ 2021, ເປັນເວລາ 09 ນີ້
ມາຮອດເວລາ 06:00 ໂມງເຊົ້າຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
-ຜູ້ທີ 6: ເພດຍິງ, ອາຍຸ 51 ປີ, ບ້ານຢູ່ປະຈຸບັນ: ບ້ານສົມສະຫັວນ, ເມືອງໄຊທານນີ, ນະຄອນຫລວງ
ພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດຕັບ.
ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ຄົບ ວັນທີ 13 ພະຈິກ 2021: ເຂົ້າມາກວດ ຢູ່ໂຮງຫມໍ 103 ດ້ວຍອາການເຈັບທ້ອງ , ທ້ອງເບັງ, ຕົນໂຕເຫລຶອງ ຈຶ່ງໄດ້ເກັບຕົວຢ່າງມາກວດຊອດຫາພະຍາດໂຄວິດ-19,
ຜົນກວດແມ່ນພົບເຊື້ອ ໄລຍະເວລາປິ່ນປົວຢູ່ໂຮງຫມໍດັ່ງກ່າວ ແຕ່ວັນທີ 13-20 ພະຈິກ 2021, ເປັນ ເວລາ 08 ມື້
ມາຮອດເວລາ 12:00 ໂມງຂອງວັນທີ 20 ພະຈິກ 2021: ຄົນເຈັບ ໄດ້ເສຍ ຊີວິດ