9 ຂໍ້ຫຍຸ້ງຍາກ ຂອງລັດຖະບານໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ
ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ລາຍງານໃຫ້ຮູ້ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 1 ພະຈິກ 2021 ວ່າ: ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕົ້ນຕໍຂອງ ສປປ ລາວ ແມ່ນບັນຫາທີ່ເວົ້າມາຫຼາຍແລ້ວລວມມີ 9 ບັນຫາສໍາຄັນ ຄື:
1. ບັນຫາຫນີ້ສາທາລະນະ.
2. ບັນດາລັດວິສາຫະກິດຢູ່ພາຍໃນປະເທດ ເກືອບທັງຫນົດດໍາ ເນີນທຸລະກິດບໍ່ມີປະສິດທິຜົນ.
3. ຄວາມສາມາດຂອງກໍາລັງການຜະລິດຢູ່ພາຍໃນປະເທດຍັງຕ່ໍາ.
4. ການຈັດເກັບລາຍຮັບບໍ່ໄດ້ຕາມຄາດຫມາຍ ເຊິ່ງເປັນບັນຫາຄົງຄ້າງ ແລະ ຊໍາເຮື້ອ ຂອງລັດຖະບານ ມາເປັນ ເວລາຫຼາຍປີຕິດຕໍ່ກັນ.
5. ກົນໄກການບໍລິຫານ ແລະ ບໍລິການລົງທຶນ ເຖິງວ່າມີຄວາມພະຍາຍາມປັບປຸງ ແຕ່ຍັງບໍ່ທັນສອດຄ່ອງ.
6. ການເຂົ້າຫາແຫຼ່ງທຶນຕ່າງປະເທດ ພົບຄວາມຫຍຸ້ງຍາກ
7. ອັດຕາແລກປ່ຽນ ເງິນຕາມີການເຫນັງຕີງສູງ.
8. ບັນຫາຢາເສບຕິດ.
9. ການແຜ່ລະບາດຂອງພະຍາດໂຄວິດ-19 ມີລັກສະນະຮຸນແຮງຂຶ້ນໃນທົ່ວໂລກ ລວມທັງປະເທດເຮົາ ໄດ້ສົ່ງຜົນກະທົບເຮັດໃຫ້ເສດຖະກິດຂອງທົ່ວໂລກທົດຖອຍ, ສໍາລັບຕໍ່ປະເທດເຮົາ ແມ່ນເປັນການຊໍ້າເຕີມໃສ່ຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຕື່ມອີກ.